ຈື່​ລະຫັດ​ຜ່ານ​ໃນ microsoft edge

​ເມື່ອ​ທ່ານ​ເຂົ້າ​ເວັບ​ໄຊ​ທ໌​ໃດ​ໜຶ່ງ​ທີ່​ຮຽກຮ້ອງ​ໃຫ້​ທ່ານ​ລົງ​ຊື່​ເຂົ້າ, Microsoft Edge ຈະ​ຖາມ​ວ່າ​ທ່ານ​ຕ້ອງການ​ໃຫ້​ຈື່​ຊື່​ຜູ້​ໃຊ້ ​ແລະ​ລະຫັດ​ຜ່ານ​ຂອງ​ທ່ານຫຼື​ບໍ່. ຄັ້ງ​ຕໍ່​ໄປ​ທີ່​ທ່ານ​ເຂົ້າ​ເວັບ​ໄຊ​ທ໌ນັ້ນ, Microsoft Edge ຈະ​ເຮັດ​ສຳ​ເລັດ​ການ​ຕື່ມ​ຂໍ້​ມູນ​ບັນຊີ​ຂອງ​ທ່ານ​ເອງ. ​ການ​ບັນທຶກ​ລະຫັດ​ຜ່ານ​​ເປີດ​ຢູ່​ຕາມ​ຄ່າ​ເລີ່​ມຕົ້ນ, ​​ແຕ່​ລຸ່ມ​ນີ້​ແມ່ນ​ວິທີ​ເປີດ ຫຼື​ປິດ​ມັນ:


​ໃນ​ບຣາວ​ເຊີ Microsoft Edge, ​ໃຫ້​ເລືອກ ​ປຸ່ມການ​ດຳ​ເນີນ​ການ​ເພີ່ມ​ເຕີມ (…) > ການ​ຕັ້ງ​ຄ່າ > ​ເບິ່ງ​ການ​ຕັ້ງ​ຄ່າ​ຂັ້ນ​ສູງ.
ປ່ຽນ ​ສະ​ເໜີ​ບັນທຶກ​ລະຫັດ​ຜ່ານ ​ເປັນ ປິດ.
ໝາຍ​ເຫດ: ນີ້​ບໍ່​ລຶບ​ລະຫັດ​ຜ່ານ​ທີ່​ຖືກ​ບັນທຶກ​ໄວ້​ໃນ​ເມື່ອ​ກ່ອນ. ​ເພື່ອ​ເຮັດ​ສິ່ງ​ນັ້ນ, ​ໃຫ້​ໄປ​ທີ່ ການ​ຕັ້ງ​ຄ່າ, ເລືອກ ເລືອກສິ່ງທີ່ຈະລ້າງ ຢູ່​ລຸ່ມ ​ລ້າງ​ຂໍ້​ມູນ​ການທ່ອງ​ເວັບ, ​ຈາກ​ນັ້ນ ​ເລືອກ ​ລະຫັດ​ຜ່ານ.

Leave a Reply

Your email address will not be published. Required fields are marked *