​ແກ້​ໄຂ​ການ​ເຊື່ອມຕໍ່ກັບອຸປະກອນສຽງ bluetooth ແລະຈໍສະແດງຜົນໄຮ້ສາຍໃນ windows 10 mobile

​ແກ້​ໄຂ​ການ​ເຊື່ອມຕໍ່ກັບອຸປະກອນສຽງ Bluetooth ແລະຈໍສະແດງຜົນໄຮ້ສາຍ

ສຽງ Bluetooth

ຖ້າການກົດປຸ່ມ ເຊື່ອມ​ຕໍ່ ​ໃນ​ສູນ​ດຳ​ເນີນ​ການ​ບໍ່​ຊອກ​ພົບ​ອຸປະກອນ​ສຽງ​ທີ່​ເປີດ​ໃຊ້ Bluetooth ຂອງທ່ານ, ​ໃຫ້​ລອງສິ່ງ​ນີ້:
ຮັບປະກັນວ່າອຸປະກອນ Windows ຂອງທ່ານຮອງຮັບ Bluetooth ແລະມັນເປີດຢູ່. ທ່ານຈະ​ເຫັນ​ປຸ່ມ Bluetooth ​ ໃນ​ສູນ​ດຳ​ເນີນ​ການ.


ຮັບປະກັນວ່າອຸປະກອນສຽງທີ່ເປີດໃຊ້ງານ Bluetooth ແມ່ນເປີດຢູ່ ແລະສາມາດຄົ້ນພົບໄດ້. ວິທີທີ່ທ່ານເຮັດສິ່ງນີ້ແມ່ນແຕກຕ່າງກັນໄປຕາມແຕ່ລະອຸປະກອນ, ສະນັ້ນ ໃຫ້ກວດເບິ່ງຂໍ້ມູນທີ່ມາພ້ອມກັບອຸປະກອນຂອງທ່ານ ຫຼືເຂົ້າເບິ່ງເວັບໄຊທ໌ຂອງຜູ້ຜະລິດ.
ຖ້າ​ທ່ານ​ກຳລັງ​ຊອກ​ຫາ​ອຸປະກອນ​ທີ່​ເປີດ​ໃຊ້ Bluetooth ນອກຈາກ​ອຸປະກອນ​ສຽງ, ​ໃຫ້​ໄປ​ຫາ​ໜ້າການ​ຕັ້ງ​ຄ່າ Bluetooth. ໄປຫາ ​ການ​ຕັ້ງ​ຄ່າ, ​ເລືອກ ອຸປະກອນ, ​ເລືອກ Bluetooth, ເລືອກອຸປະກອນ, ເລືອກ ເອົາອຸປະກອນອອກ, ແລະຈາກນັ້ນ ລອງຈັບຄູ່ອີກຄັ້ງ.

ອຸປະກອນ Miracast

ຖ້າການກົດປຸ່ມ ເຊື່ອມ​ຕໍ່ ໃນ​ສູນ​ດຳ​ເນີນ​ການ​ບໍ່​ຊອກ​ພົບ​ອຸປະກອນ​ຂອງ​ທ່ານ, ​ໃຫ້​ລອງສິ່ງ​ນີ້:
ຮັບປະກັນ​ວ່າ​ອຸປະກອນ Windows ຂອງ​ທ່ານ​ຮອງ​ຮັບ Miracast ​ໂດຍ​ການກວດ​ເບິ່ງ​ຂໍ້​ມູນ​ທີ່​ມາ​ພ້ອມ​ກັບ​ມັນ ຫຼືໂດຍການ​​ເຂົ້າ​ເບິ່ງ​ເວັບ​ໄຊ​ທ໌ຂອງ​ຜູ້​ຜະລິດ.
ຮັບປະກັນວ່າ Wi-Fi ເປີດຢູ່.
ຮັບປະກັນວ່າຈໍສະແດງຜົນທີ່ທ່ານຕ້ອງການສາຍໃສ່ ແມ່ນຮອງຮັບ Miracast ແລະມັນເປີດຢູ່. ຖ້າບໍ່ຮອງຮັບ, ທ່ານຈຳເປັນຕ້ອງມີອະແດັບເຕີ Miracast (ບາງຄັ້ງເອີ້ນວ່າ “ດອງໂກລ”) ທີ່ສຽບໃສ່ຜອດ HDMI.

Leave a Reply

Your email address will not be published. Required fields are marked *