ປ່ຽນ​ໂປຣ​ແກຣມ​ຄົ້ນ​ຫາ​​ເລີ່​ມຕົ້ນ​ໃນ microsoft edge

Microsoft ແນະນຳສຳລັບປະສົບການຄົ້ນຫາທີ່ປັບປຸງດີຂຶ້ນໃນ Microsoft Edge ເທິງ Windows 10. ການຮັກສາ Bing ໄວ້ເປັນໂປຣແກຣມຄົ້ນຫາເລີ່ມຕົ້ນຂອງທ່ານ ໃຫ້ທ່ານ:
ລິ້ງເຊື່ອມໂຍງໂດຍກົງຫາແອັບຕ່າງໆຂອງ Windows 10, ເຊິ່ງພາທ່ານໄປຫາແອັບຂອງທ່ານໄດ້ໄວຂຶ້ນ.
ຄຳແນະນຳທີ່ກ່ຽວຂ້ອງກວ່າຈາກ Cortana ທີ່ເປັນຜູ້ຊ່ວຍສ່ວນຕົວໃນໂລກດິຈິຕອນຂອງທ່ານ.
ຄວາມຊ່ວຍເຫຼືອທັນທີ ເພື່ອຊ່ວຍທ່ານໄດ້ປະໂຫຍດສູງສຸດຈາກ Microsoft Edge ແລະ Windows 10.


​​ແຕ່ Microsoft Edge ​ໃຊ້​ເຕັກ​ໂນ​ໂລ​ຊີ ​OpenSearch, ສະ​ນັ້ນ ທ່ານ​ສາມາດ​ປ່ຽນ​ໂປຣ​ແກຣມຄົ້ນ​ຫາ​ເລີ່​ມຕົ້ນ​ໄດ້.
ໃນບຣາວເຊີ Microsoft Edge, ໃຫ້ປ້ອນ​ເວັບ​ໄຊ​​ຂອງ​ໂປຣ​​ແກຣມຄົ້ນ​ຫາ (ຕົວຢ່າງ www.contoso.com) ​ແລະ ​ເປີດ​ໜ້າ​ນັ້ນ.
ເລືອກ ການດຳເນີນການເພີ່ມເຕີມ (…) > ການຕັ້ງຄ່າ ຈາກ​ນັ້ນ ​ເລື່ອນ​ລົງ​​ເພື່ອ​ເລືອກ ​ເບິ່ງ​ການ​ຕັ້ງ​ຄ່າ​ຂັ້ນ​ສູງ. ​ໃນ​ລາຍການ​ທີ່ຢູ່​ກ້ອງ ​ຄົ້ນ​ຫາ​ໃນ​ແຖບ​ທີ່ຢູ່​ດ້ວຍ, ​ເລືອກ ປ່ຽນແປງ.
​ເລືອກ​ເວັບ​ໄຊ​ຂອງ​ໂປຣ​ແກຣມຄົ້ນ​ຫາ​ຂອງ​ທ່ານ ​ແລະ ຈາກ​ນັ້ນ​ເລືອກ ຕັ້ງ​ເປັນ​ຄ່າ​ເລີ່​ມຕົ້ນ. ຖ້າ​ທ່ານ​ບໍ່​ເລືອກ​ໂປຣ​ແກຣມຄົ້ນ​ຫາ, ປຸ່ມ ຕັ້ງ​ເປັນ​ຄ່າ​ເລີ່​ມຕົ້ນ ຈະ​ກາຍ​ເປັນ​ສີ​ເທົາ.

Leave a Reply

Your email address will not be published. Required fields are marked *