ວິທີໃຊ້ໂມງປຸກ​ໃນ windows 10

ວິທີໃຊ້ແອັບໂມງປຸກ ແລະໂມງ

ເລີກ ຫຼືເລື່ອນໂມງປຸກ

ໂມງປຸກຈະດັງ ເຖິງແມ່ນໃນເວລາທີ່ແອັບປິດຢູ່, ສຽງຖືກປິດ, ຄອມພິວເຕີຂອງທ່ານຖືກລັອກ, ຫຼື (ເທິງບາງແລັບທັອບ ຫຼືແທັບເລັດທີ່ໃໝ່ກວ່າທີ່ມີ InstantGo), ໃນໂໝດນອນຫຼັບກໍ່ຕາມ. ແຕ່ພວກມັນ ຈະບໍ່ ທຳງານ ເມື່ອຄອມພິວເຕີຂອງທ່ານກຳລັງພັກ​ເຄື່ອງ ຫຼືປິດ​ເຄື່ອງຢູ່. ຮັບປະກັນໃຫ້ສຽບໄຟຄອມພິວເຕີຂອງທ່ານ ເພື່ອປ້ອງກັນບໍ່ໃຫ້ມັນພັກ​ເຄື່ອງ​.


ເພື່ອເລື່ອນ ຫຼືເລີກໂມງປຸກ:
ໃນການແຈ້ງເຕືອນທີ່ປະກົດຂຶ້ນ, ໃຫ້ເລືອກ ເລີກ ເພື່ອປິດມັນ, ຫຼື ເລື່ອນການປຸກ ເພື່ອໃຫ້ມັນດັງອີກຄັ້ງ ຫຼັງຈາກໄລຍະເວລາສັ້ນໆ.
ຖ້າການແຈ້ງເຕືອນປິດ ກ່ອນທີ່ທ່ານຈະໄປເຖິງມັນ, ໃຫ້ເລືອກ ​ໄອຄອນສູນ​​ດຳ​ເນີນ​ການ ໃນແຈລຸ່ມເບື້ອງຂວາ ເພື່ອເບິ່ງມັນໃນລາຍການ ແລະເລືອກມັນຈາກບ່ອນນັ້ນ.
ຖ້າໜ້າຈໍລັອກຢູ່, ການແຈ້ງເຕືອນໂມງປຸກຈະປະກົດຢູ່ສ່ວນເທິງຂອງໜ້າຈໍລັອກນັ້ນ, ແລະທ່ານສາມາດປິດມັນໄດ້ຈາກບ່ອນນັ້ນ.

ມີ​ຫຍັງ​ໃໝ່

​ແອັບ​ໂມງ​ປຸກ ​ແລະ​​ໂມງ​ລວມ​ເອົາ​ໂມງ​ປຸກ​ກັບ​ໂມງ​ທຽບ​ເວລາ​ໂລກ, ຕົວ​ຈັບ​ເວລາ ​ແລະ​ໂມງຈັບ​ເວລາ. ນີ້​ແມ່ນ​ບາງ​ຢ່າງ​ທີ່​ທ່ານ​ສາມາດ​ເຮັດ​ກັບ​ແອັບ​ນີ້:
​ໄດ້​ຍິນ,​​ເລື່ອນ​ການ​ປຸກ ​ແລະ​ເລີ​ກ​ໂມງ​ປຸກ ​ແມ້ກະທັ້ງ​ໃນ​ເວລາ​ທີ່​ໜ້າ​ຈໍ​ລັອກຢູ່ ຫຼືປິດ​ສຽງ​ຢູ່
​ເລືອກ​ສຽງ​ຕ່າງໆ ຫຼື​ເພງ​ຂອງ​ທ່ານ​ເອງ​ສຳລັບ​ໂມງ​ປຸກ
​ປຽບທຽບ​ເວລາ​ຈາກ​ທົ່ວ​ໂລກ

ໂມງທຽບ​ເວລາໂລກ

​ນີ້​ແມ່ນ​ວິທີ​ເພີ່ມ​ທີ່​ຕັ້ງ ​ແລະ​ປຽບທຽບ​ເວລາ​ຈາກ​ທົ່ວ​ໂລກ:
​ໃນ​ແອັບ​ໂມງ​ປຸກ ​ແລະ​ໂມງ, ​ໃຫ້​ເລືອກ ​ໂມງ​ທຽບ​ເວລາ​ໂລກ, ຈາກ​ນັ້ນ ໃໝ່ + ຢູ່​ສ່ວນ​ລຸ່ມ.
ປ້ອນ​ສອງ​ສາມຕົວ​ອັກສອນ​ທຳ​ອິດຂອງ​ທີ່​ຕັ້ງ​ທີ່​ທ່ານ​ຕ້ອງການ, ຈາກ​ນັ້ນ ​ເລືອກ​ມັນ​ໃນ​ລາຍການ​ເລື່ອນ​ລົງ. ຖ້າ​ທ່ານ​ບໍ່​ເຫັນ​ທີ່​ຕັ້ງ​ທີ່​ທ່ານ​ຕ້ອງການ, ​ໃຫ້​ປ້ອນ​ທີ່​ຕັ້ງ​ອື່ນ​ທີ່ຢູ່​ໃນ​ເຂດ​ເວລາ​ດຽວ​ກັນ.
​ເລືອກ ປຽບທຽບ​ເວ​ລາ (​ໂມງ 2 ໜ່ວຍ​ຢູ່​ສ່ວນ​ລຸ່ມ), ​ຈາກ​ນັ້ນ ​ຍ້າຍ​​ແຖບ​ເລື່ອນ​ເພື່ອ​ເລືອກ​ເວລາ​ໃໝ່​ທີ່​ຈະ​ປຽບທຽບ. ​ເລືອກ​ທີ່​ຕັ້ງ​ຢູ່​ເທິງ​ແຜນ​ທີ່​ເພື່ອ​ປ່ຽນ​ວ່າ​ສະຖານ​ທີ່​ໃດ​ທີ່​ແຖບ​ເລື່ອນ​ກຳລັງ​ອ້າງ​ອີງ​ເຖິງ.
​ເພື່ອ​ອກຈາກ​ໂໝດ ປຽບທຽບ​ເວລາ, ​ໃຫ້​ເລືອກປຸ່ມ ກັບຄືນ , ຫຼື​ກົດ Esc.

ວິທີໃຊ້ໂມງປຸກ​ໃນ windows 10
ວິທີໃຊ້ໂມງປຸກ​ໃນ windows 10

Leave a Reply

Your email address will not be published. Required fields are marked *