​ແກ້​ໄຂ​ການ​ເຊື່ອມຕໍ່ກັບອຸປະກອນສຽງ bluetooth ແລະຈໍສະແດງຜົນໄຮ້ສາຍໃນ windows 10

​ແກ້​ໄຂ​ການ​ເຊື່ອມຕໍ່ກັບອຸປະກອນສຽງ Bluetooth ແລະຈໍສະແດງຜົນໄຮ້ສາຍ

ສຽງ Bluetooth

ຖ້າການກົດປຸ່ມ​ເຊື່ອມ​ຕໍ່ ໃນສູນດຳເນີນການ ບໍ່ຊອກພົບອຸປະກອນຂອງທ່ານ, ໃຫ້ລອງສິ່ງ​ຕໍ່​ໄປ​ນີ້:
ຮັບປະກັນວ່າອຸປະກອນ Windows ຂອງທ່ານຮອງຮັບ Bluetooth ແລະມັນເປີດຢູ່. ທ່ານຈະເຫັນປຸ່ມ Bluetooth ໃນສູນດຳເນີນການ.


ຖ້າທ່ານບໍ່ເຫັນປຸ່ມ Bluetooth, ​ໃຫ້ລອງອັບເດດດຣາຍເວີຂອງອຸປະກອນຂອງທ່ານ. ​ນີ້​ແມ່ນ​ວິທີ: ໄປຫາ ​ເລີ່​ມຕົ້ນ, ປ້ອນ ຕົວ​ຈັດການ​ອຸປະກອນ, ເລືອກມັນຈາກລາຍການຜົນຮັບ,​ ແລະຈາກນັ້ນ, ໃນ ຕົວ​ຈັດການ​ອຸປະກອນ, ຊອກຫາອຸປະກອນຂອງທ່ານ, ຄລິກຂວາ (ຫຼືກົດຄ້າງ) ມັນ, ເລືອກ ອັບເດດຊອບແວຣດຣາຍເວີ, ​ເລືອກ ຄົ້ນຫາຊອບແວຣດຣາຍເວີທີ່ອັບເດດແລ້ວໂດຍອັດຕະໂນມັດ, ແລະຈາກນັ້ນ ປະຕິບັດຕາມຂັ້ນຕອນທີ່ເຫຼືອ.
ຖ້າ Bluetooth ເປີດຢູ່, ແລະດຣາຍເວີແມ່ນໃໝ່ລ້າສຸດ, ແຕ່ອຸປະກອນຂອງທ່ານຍັງໃຊ້ບໍ່ໄດ້, ໃຫ້ລອງເອົາອຸປະກອນອອກ ແລະຈັບຄູ່ມັນຄືນໃໝ່. ​ນີ້​ແມ່ນ​ວິທີ: ໄປຫາ ​ເລີ່​ມຕົ້ນ, ປ້ອນ ອຸປະກອນ, ​ເລືອກ Bluetooth, ເລືອກອຸປະກອນ, ເລືອກ ເອົາອຸປະກອນອອກ, ແລະຈາກນັ້ນ ລອງຈັບຄູ່ອີກຄັ້ງ.
ຮັບປະກັນວ່າອຸປະກອນສຽງທີ່ເປີດໃຊ້ງານ Bluetooth ແມ່ນເປີດຢູ່ ແລະສາມາດຄົ້ນພົບໄດ້. ວິທີທີ່ທ່ານເຮັດສິ່ງນີ້ແມ່ນແຕກຕ່າງກັນໄປຕາມແຕ່ລະອຸປະກອນ, ສະນັ້ນ ໃຫ້ກວດເບິ່ງຂໍ້ມູນທີ່ມາພ້ອມກັບອຸປະກອນຂອງທ່ານ ຫຼືເຂົ້າເບິ່ງເວັບໄຊທ໌ຂອງຜູ້ຜະລິດ.

ອຸປະກອນ Miracast

ຖ້າກົດ​ເຊື່ອມ​ຕໍ່ ໃນສູນດຳເນີນການ ບໍ່ຊອກພົບອຸປະກອນຂອງທ່ານ, ໃຫ້ລອງສິ່ງ​ຕໍ່​ໄປ​ນີ້:
ຮັບປະກັນ​ວ່າ​ອຸປະກອນ Windows ຂອງ​ທ່ານ​ຮອງ​ຮັບ Miracast ​ໂດຍ​ການກວດ​ເບິ່ງ​ຂໍ້​ມູນ​ທີ່​ມາ​ພ້ອມ​ກັບ​ມັນ ຫຼືໂດຍການ​​ເຂົ້າ​ເບິ່ງ​ເວັບ​ໄຊ​ທ໌ຂອງ​ຜູ້​ຜະລິດ.
ຮັບປະກັນວ່າ Wi-Fi ເປີດຢູ່.
ຮັບປະກັນວ່າຈໍສະແດງຜົນທີ່ທ່ານຕ້ອງການສາຍໃສ່ ແມ່ນຮອງຮັບ Miracast ແລະມັນເປີດຢູ່. ຖ້າບໍ່ຮອງຮັບ, ທ່ານຈຳເປັນຕ້ອງມີອະແດັບເຕີ Miracast (ບາງຄັ້ງເອີ້ນວ່າ “ດອງໂກລ”) ທີ່ສຽບໃສ່ຜອດ HDMI.

ອຸປະກອນ WiGig

ຖ້າການ​ກົດປຸ່ມ​ເຊື່ອມ​ຕໍ່ ໃນສູນດຳເນີນການ ບໍ່ຊອກພົບອຸປະກອນຂອງທ່ານ, ໃຫ້ລອງສິ່ງ​ຕໍ່​ໄປ​ນີ້:
ຮັບປະກັນວ່າອຸປະກອນ Windows ຂອງທ່ານຮອງຮັບ WiGig ແລະມັນເປີດຢູ່. ຖ້າຄອມພິວເຕີຂອງທ່ານຮອງຮັບ WiGig, ທ່ານຈະເຫັນປຸ່ມ WiGig ໃນ ການ​ຕັ້ງ​ຄ່າ > ໂໝດເຄື່ອງບິນ.
ຮັບປະກັນວ່າຈໍສະແດງຜົນຮອງຮັບ WiGig. ຖ້າມັນບໍ່ຮອງຮັບ,​ທ່ານຈຳເປັນຕ້ອງມີເບົ້າສຽບ WiGig.

Leave a Reply

Your email address will not be published. Required fields are marked *