ວິທີການປ້ອນຂໍ້ມູນຂັ້ນສູງສຳລັບພາສາອາຊີຕາເວັນອອກ

ຕົວເລືອກ ແລະເຄື່ອງມືວິທີການປ້ອນຂໍ້ມູນຂັ້ນສູງ

ໃຊ້ຕົວແກ້ໄຂວິທີປ້ອນຂໍ້ມູນຂອງ Microsoft (IME) ເພື່ອຂຽນເປັນພາສາອາຊີຕາເວັນອອກທີ່ທ່ານໄດ້ຕິດຕັ້ງໃສ່ຄອມພິວເຕີຂອງທ່ານ.
ຄລິກຂວາ​ຕົວ​ຊີ້​ບອກ​ວິທີ​ການ​ປ້ອນ​ຂໍ້​ມູນ ​ເພື່ອປ່ຽນ​ໂໝດການ​ປ້ອນ​ຂໍ​້ມູນ, ​ເປີດ​​ແຜ່ນ IME ຫຼື​ເປີດການ​ຕັ້ງ​ຄ່າ IME ເພີ່ມເຕີມ. ສຳລັບບາງພາສາ, ທ່ານຈະມີຕົວເລືອກເພີ່ມເຕີມ ເຊັ່ນວ່າ ເຄື່ອງມືພົດຈະນານຸກົມສຳລັບພາສາຍີ່ປຸ່ນ.

ວິທີການປ້ອນຂໍ້ມູນຂັ້ນສູງສຳລັບພາສາອາຊີຕາເວັນອອກ
ວິທີການປ້ອນຂໍ້ມູນຂັ້ນສູງສຳລັບພາສາອາຊີຕາເວັນອອກ

ເພື່ອເພີ່ມຄຳສັບໃສ່ພົດຈະນານຸກົມພາສາຍີ່ປຸ່ນ

IME ຂອງ​ທ່ານ​ສາມາດ​ຊອກ​ພົບຕົວ​ເລືອກ​ເພີ່ມ​ເຕີມ ​ເມື່ອ​ທ່ານ​ເປີດ​ຄຳ​ແນະນຳ​ຄລາວ ​ເຊິ່ງ​ໃຊ້ Bing ​ເພື່ອ​ຊ່ວຍ​ຄາດ​ເດົາ​ສິ່ງ​ທີ່ທ່ານ​ຂຽນ. ​ເພື່ອ​ເປີດ​ມັນ, ​ໃຫ້​ຄລິກຂວາ​ໃສ່​ຕົວ​ຊີ້​ບອກ​ວິທີ​ປ້ອນ​ຂໍ້​ມູນ ​ແລະ​ເລືອກ ຄຸນລັກສະນະ. ຈາກ​ນັ້ນ ​ເລືອກ ຂັ້ນສູງ ​ແລະ​ເປີດ​ແທັບ​ການ​ປ້ອນ​ຂໍ້​ມູນ​ແບບ​ຄາດ​ເດົາ ​ເລືອກ​ກ່ອງ​ໝາຍ​ເອົາ​ຢູ່​ຂ້າງ ​ໃຊ້ຄຳ​ແນະ​ນຳຄລາວ.
​ເພື່ອ​ເພີ່ມ​ຄຳ​ສັບ​ໃສ່​ພົດ​ຈະ​ນາ​ນຸກົມ​ດ້ວຍ​ຕົນ​ເອງ, ​ໃຫ້​ໄປ​ຫາ ການ​ຕັ້ງ​ຄ່າ ​ຈາກ​ນັ້ນ ເລືອກ ​ເວລາ ​ແລະພາສາ ​ຈາກ​ບ່ອນ​ນີ້, ​ໃຫ້​ໄປ​ຫາ ​ພາກ​ພື້ນ ​ແລະ​ພາສາ ​ແລະ​ເລືອກ​ພາສາ, ຕົວຢ່າງ, ພາສາ​ຍີ່ປຸ່ນ (日本語 ). ​​ເລືອກ ​ຕົວ​ເລືອກ. ດຽວນີ້ ເພີ່ມຄຳສັບໃໝ່ ແລະຄວາມໝາຍຂອງມັນ ຫຼືແກ້ໄຂຄຳສັບທີ່ມີຢູ່ແລ້ວ ໂດຍໃຊ້ເຄື່ອງມືພົດຈະນານຸກົມຂອງຜູ້ໃຊ້.

Leave a Reply

Your email address will not be published. Required fields are marked *