ປົກ​ປ້ອງ​ຄອມ​ພິວ​ເຕີ windows 10 ຂອງ​ທ່ານ​ດ້ວຍ windows defender

ວິທີ​ປົກ​ປ້ອງ​ຄອມ​ພິວ​ເຕີ Windows 10 ຂອງ​ທ່ານ

Security Essentials ຢູ່​ໃສ?​

ຖ້າ​ທ່ານ​ມີ Windows 10, ທ່ານ​ບໍ່​ສາມາດ​​ເອົາ Microsoft Security Essentials ​ໄດ້. ​ແຕ່​ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ມັນ ​ເພາະວ່າ​ທ່ານ​ມີ Windows Defender ຢູ່​ແລ້ວ ​ເຊິ່ງ​ໃຫ້ການ​ປົກ​ປ້ອງ​ໃນ​ລະດັບ​ດຽວ​ກັນ.


​ໃນ​ແຖບ​ຄົ້ນ​ຫາ,​​ ​ໃຫ້​ພິມ Windows Defender.
​ເລືອກ Windows Defender ​ໃນ​ຜົນ​ຮັບ. ທ່ານ​ຈະ​ສາມາດ​ກວດ​ຄອມ​ພິວ​ເຕີ​ຂອງ​ທ່ານ ​ແລະລະດັບ​ການ​ປ້ອງກັນ​ໄວຣັສຂອງ​ທ່ານ​ໄດ້.

ປົກ​ປ້ອງ​ຄອມ​ພິວ​ເຕີ windows 10 ຂອງ​ທ່ານ​ດ້ວຍ windows defender
ປົກ​ປ້ອງ​ຄອມ​ພິວ​ເຕີ windows 10 ຂອງ​ທ່ານ​ດ້ວຍ windows defender

ເປີດ ຫຼື​ປິດ Windows Defender

ໃນ Windows 10, Windows Defender ຈະ​ເປີດ​ຢູ່​ສະ​ເໝີ ​ແລະ​ເຮັດ​ວຽກ​​ເພື່ອ​ປົກ​ປ້ອງ​ຄອມ​ພິວ​ເຕີຂອງ​ທ່ານ​ຢູ່​ຕະຫຼອດ​ເວລາ. ມັນ​ຈະ​ປິດ​ຕົວ​ເອງ ຖ້າ​ທ່ານ​ຕິດ​ຕັ້ງ​ແອັບ​ປ້ອງ​ກັນ​ໄວຣັສອື່ນ.
Defender ​ໃຊ້​ການ​ປົກປ້ອງ​​ໃນ​ເວລາ​ຈິງ ​ເພື່ອ​ສະ​ແກນ​ໄຟ​ລ໌ຕ່າງ​ໆທີ່​ທ່ານ​ເພີ່ມ​ເຂົ້າ ຫຼື​ເປີດ​ໃຊ້​ງານ​ເທິງ​ຄອມ​ພິວ​ເຕີ​ຂອງ​ທ່ານ. ​ປິດ​ການ​ປົກ​ປ້ອງ​​ໃນ​ເວ​ລາ​ຈິງຊົ່ວຄາວ ​ໂດຍ​ການ​ໄປ​ຫາ ການຕັ້ງຄ່າ > ອັບເດດ ແລະຄວາມປອດໄພ > Windows Defender.

Leave a Reply

Your email address will not be published. Required fields are marked *