ຍ້າຍລາຍການຈາກແອັບລາຍການທີ່ຈະອ່ານຫາ Microsoft Edge
ມີລາຍການທີ່ຈະອ່ານທີ່ມາພ້ອມໃນຕົວຢູ່ໃນ Microsoft Edge, ເຊິ່ງເປັນບຣາວເຊີໃໝ່ໃນ Windows 10. ຖ້າທ່ານໃຊ້ແອັບລາຍການທີ່ຈະອ່ານໃນ Windows 8.1 ແລະ ດຽວນີ້ ທ່ານໄດ້ອັບເກຣດເປັນ Windows 10, ຍ້າຍລາຍການຈາກແອັບເກົ່າຫາ Microsoft Edge.
ໃນແອັບລາຍການທີ່ຈະອ່ານ, ໃຫ້ເລືອກລາຍການໃດໜຶ່ງເພື່ອເປີດມັນໃນ Microsoft Edge. (ຖ້າມັນເປີດໃນບຣາວເຊີອື່ນ, ທຳອິດໃຫ້ໄປຫາ ເລີ່ມຕົ້ນ, ຈາກນັ້ນ ການຕັ້ງຄ່າ > ລະບົບ > ແອັບເລີ່ມຕົ້ນ ແລະ ປ່ຽນເວັບບຣາວເຊີເລີ່ມຕົ້ນຂອງທ່ານເປັນ Microsoft Edge.
ໃນ Microsoft Edge, ໃຫ້ເລືອກໄອຄອນເລີ່ມຕົ້ນ, ເລືອກ ລາຍການທີ່ຈະອ່ານ, ແລະຈາກນັ້ນ ເລືອກ ເພີ່ມ.
