​ປ່ຽນ​ພາກ​ພື້ນ​ຂອງ​ທ່ານ​ສຳລັບຮ້ານ​ຄ້າ windows

ໃນ Windows 10

​ຖ້າ​ທ່ານ​ຍ້າຍ​​ໄປ​ປະ​ເທດ​ ຫຼື​ພາກ​ພື້ນ​ອື່ນ, ​ໃຫ້​ປ່ຽນ​ການ​ຕັ້ງ​ຄ່າ​ພາກ​ພື້ນ​ຂອງ​ທ່ານ ​ເພື່ອ​ສືບ​ຕໍ່​ການ​ຊື້​ເຄື່ອງ​ຢູ່ຮ້າ​ນຄ້າ. ໝາຍເຫດ: ຜະລິດຕະພັນສ່ວນໃຫຍ່ທີ່ຊື້ຈາກຮ້ານຄ້າ Windows ໃນພາກພື້ນໜຶ່ງຈະໃຊ້ບໍ່ໄດ້ໃນພາກພື້ນອື່ນ. ນີ້ລວມມີ Xbox Live Gold ແລະ Groove Music Pass, ແອັບ, ເກມ, ເພງ, ຮູບເງົາ ແລະລາຍການໂທລະພາບ.
​ເພື່ອ​ປ່ຽນ​ພາກ​ພື້ນ​ຂອງ​ທ່ານ​ໃນ Windows, ​ໃນ​ກ່ອງ​ຄົ້ນ​ຫາ, ​ໃຫ້​ປ້ອນ ພາກພື້ນ, ຈາກ​ນັ້ນ ​ເລືອກ ​ປ່ຽນ​ປະ​ເທດ ຫຼື​ພາກ​ພື້ນ​ຂອງ​ທ່ານ.


ຢູ່​ລຸ່ມ ປະ​ເທດ ຫຼື​ພາກ​ພື້ນ, ​ເລືອກ​ພາກ​ພື້ນ​ໃໝ່​ຂອງ​ທ່ານ.
ທ່ານສາມາດປ່ຽນກັບເປັນພາກພື້ນເດີມຂອງທ່ານໄດ້ທຸກວເລາ.

ຢູ່​ເທິງ​ເວັບ​ໄຊ​ທ໌ຂອງ​ຮ້າ​ນຄ້າ

ຖ້າ​ທ່ານ​ຍ້າຍ​​ໄປ​ປະ​ເທດ​ ຫຼື​ພາກ​ພື້ນ​ອື່ນ, ​ໃຫ້​ປ່ຽນ​ການ​ຕັ້ງ​ຄ່າ​ພາກ​ພື້ນ​ຂອງ​ທ່ານ ​ເພື່ອ​ສືບ​ຕໍ່​ການ​ຊື້​ເຄື່ອງ​ຢູ່ຮ້າ​ນຄ້າ. ໝາຍເຫດ: ຜະລິດຕະພັນສ່ວນໃຫຍ່ທີ່ຊື້ຈາກຮ້ານຄ້າ Windows ໃນພາກພື້ນໜຶ່ງຈະໃຊ້ບໍ່ໄດ້ໃນພາກພື້ນອື່ນ. ນີ້ລວມມີ Xbox Live Gold ແລະ Groove Music Pass, ແອັບ, ເກມ, ເພງ, ຮູບເງົາ ແລະລາຍການໂທລະພາບ.
ເປີດ ຮ້ານຄ້າ Windows, ​ເລື່ອນ​ລົງ​ຫາ​ສ່ວນ​ລຸ່ມ​ສຸດ​ຂອງ​ຕີນ​ເຈ້ຍ.
​ເລືອກລິ​້ງ​ພາສາ ​ແລະ​ເລືອກ​ການ​ປະສົມພາສາ – ພາກ​ພື້ນ​ໃໝ່.
ທ່ານສາມາດປ່ຽນກັບເປັນພາກພື້ນເດີມຂອງທ່ານໄດ້ທຸກວເລາ.

ບັນຊີ Xbox Live

ນີ້ແມ່ນວິທີປ່ຽນພາກພື້ນສຳລັບບັນຊີ Xbox Live ຂອງທ່ານ.
ລົງຊື່ເຂົ້າໃຊ້ເທິງ Xbox Live ໜ້າການຍ້າຍບັນຊີ.
ເລືອກ ຕໍ່​ໄປ, ຈາກ​ນັ້ນ ພາກ​ພື້ນ​, ​ແລະຈາກ​ນັ້ນ ຂ້ອຍຍອມຮັບ.

Leave a Reply

Your email address will not be published. Required fields are marked *