windows hello ​ໃນ windows 10

Windows Hello ແມ່ນຫຍັງ?

Windows 10

Windows Hello ແມ່ນວິທີທີ່ເປັນສ່ວນຕົວກວ່າ ແລະປອດໄພກວ່າ ໃນການເຂົ້າ​ໃຊ້ອຸປະກອນ Windows 10 ຂອງ​ທ່ານ ​ໂດຍ​ການ​ໃຊ້ລາຍ​ນິ້ວມື, ​ໃບ​ໜ້າ ຫຼືການຮັບຮູ້ຕາຂອງທ່ານ. ຄອມ​ພິວ​ເຕີ​ສ່ວ​ນ​ໃຫຍ່​ທີ່​ມີ​ເຄື່ອງ​ອ່ານ​ລາຍ​ນິ້ວມື ​ແມ່ນ​ພ້ອມ​ໃຊ້ Windows Hello ທັນທີ, ​ແລະຈະ​ມີ​ອຸປະກອນ​​ເພີ່ມອີກ​ທີ່​ສາມາດ​ຮັບ​ຮູ້​ໃບ​ໜ້າ ​ແລະ​ມ່ານ​ຕາ​ຂອງ​ທ່ານ​ໃນ​ໄວໆ​ນີ້.

ຖ້າ​ທ່ານ​ມີ​ອຸປະກອນ​ທີ່​ເຂົ້າກັນ​ໄດ້​ກັບ Windows Hello, ນີ້​ແມ່ນ​ວິທີ​ຕັ້ງ​ມັນ:

windows hello ​ໃນ windows 10
windows hello ​ໃນ windows 10

Windows 10 Mobile

Windows Hello ​ແມ່ນ​ວິທີ​ທີ່​ເປັນ​ສ່ວນ​ຕົວ​ກວ່າ​ໃນ​ການ​ລົງ​ຊື່​ເຂົ້າ​ໃຊ້ອຸປະກອນ Windows 10. ​ມັນ​ຮັບ​ຮູ້​ຕາ​ຂອງ​ທ່ານ​ເພື່ອ​ກວດ​ສອບ​ຕົວ​ຕົນ​ຂອງ​ທ່ານ ​ເຊິ່ງໝາຍ​ຄວາມ​ວ່າທ່ານ​ໄດ້​ຮັບ​ຄວາມ​ປອດ​ໄພ​ລະດັບ​ວິ​ສາ​ຫະກິດ​ ​ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ພິມ​ລະຫັດ​ຜ່ານ.
Windows Hello ຮັກສາ​ຂໍ້​ມູນ​ຂອງ​ທ່ານ​ໄວ້​​ເປັນຄວາມ​ລັບ​ແນວ​ໃດ?
ບາງ​ໂທລະສັບ Lumia ທີ່​ແລ່ນ​ໃຊ້​ງານ Windows 10 ​ແມ່ນ​ພ້ອມ​ໃຊ້ Windows Hello ດຽວ​ນີ້, ​ແລະ​ອຸປະກອນ​ຕື່ມ​ອີກ​ທີ່​ມີ​ການ​ຮັບ​ຮູ້​ມ່ານ​ຕາ ກຳລັງ​ຈະ​ມາ​ໃນ​ໄວໆ​ນີ້.
​ ຢູ່ເທິງ ​ເລີ່​ມຕົ້ນ, ປັດ​ຜ່ານ​ຫາ​ລາຍການ​ແອັບ​ທັງ​ໝົດ, ຈາກ​ນັ້ນ​ເລືອກ ການ​ຕັ້ງ​ຄ່າ > ບັນຊີ > ຕົວ​ເລືອກ​ການ​ລົງ​ຊື່​ເຂົ້າ​ໃຊ້.
​ເມື່ອ​ທ່ານ​ຕັ້ງ​ແລ້ວ, ທ່ານ​ຈະ​ສາມາດ​ປົດ​ລັອກ​ໂທລະສັບ​ຂອງ​ທ່ານ​​ໄດ້​ໂດ​ຍ​ໄວ.

Leave a Reply

Your email address will not be published. Required fields are marked *