ຂ້ອຍ​​ຮູ້​ໄດ້​ແນວ​ໃດ​ວ່າ​ຈະ​ເຊື່ອຖື​ເວັບ​ໄຊ​ທ໌​ໃດ​ໜຶ່ງ​​ໄດ້​ຫຼື​ບໍ່​​ເທິງ microsoft edge?

ຂ້ອຍ​​ຮູ້​ໄດ້​ແນວ​ໃດ​ວ່າ​ຈະ​ເຊື່ອຖື​ເວັບ​ໄຊ​ທ໌​ໃດ​ໜຶ່ງ​​ໄດ້​ຫຼື​ບໍ່​ໃນ Microsoft Edge?

​ຖ້າ​ທ່ານ​ເຫັນ​ປຸ່ມກະ​ແຈຢູ່​ຂ້າງ​ທີ່ຢູ່​ເວັບ​ໄຊ​ທ໌​ໃນ Microsoft Edge, ມັນ​ໝາຍ​ຄວາມ​ວ່າ​:
ສິ່ງ​ທີ່ທ່ານສົ່ງ ​ແລະ​ໄດ້​ຮັບ​ຈາກ​ເວັບ​ໄຊ​ທ໌ນັ້ນຖືກ​ເຂົ້າ​ລະຫັດ​​ໄວ້ ​ເຊິ່ງ​ເຮັດ​ໃຫ້​ມັນ​ຍາກ​ທີ່​ບຸກຄົນ​ອື່ນ​ຈະ​​ເຂົ້າ​ເຖິງ​ຂໍ້​ມູນ​ນີ້​ໄດ້.


​ເວັບ​ໄຊ​ທ໌ນັ້ນ​ຖືກ​ກວດ​ສອບ​ແລ້ວ ​ເຊິ່ງໝາຍ​ຄວາມ​ວ່າ​ບໍລິສັດ​ທີ່​ດຳ​ເນີນ​​ເວັບ​ໄຊ​ທ໌ນັ້ນ​ມີ​ໃບ​ຢັ້ງຢືນ​ທີ່​ພິສູດ​ວ່າ​ພວກ​​ເຂົາ​ເປັນ​ເຈົ້າຂອງ​ມັນ. ຄລິກ​ປຸ່ມ​ກະ​ແຈ​​ເພື່ອ​ເບິ່ງ​ວ່າ​ໃຜ​ເປັນ​ເຈົ້າ​ຂອງ​​ເວັບ​ໄຊ​ທ໌ ​ແລະ​ໃຜ​ເປັນ​ຜູ້​ກວດ​ສອບ​ມັນ.
​ໃນ​ຂະນະ​ກະ​ແຈ​ສີ​ເທົາ​ໝາຍ​ຄວາມ​ວ່າ​ເວັບ​ໄຊ​ທ໌ນັ້ນ​ຖືກ​ເຂົ້າ​ລະ​ຫັດ ​ແລະ​ກວດ​ສອບ​ແລ້ວ, ກະ​ແຈ​ສີຂຽວ​ໝາຍ​ຄວາມ​ວ່າ Microsoft Edge ພິຈາລະນາ​ວ່າ​ເວັບ​ໄຊ​ທ໌ນັ້ນ​​ເປັນ​ໄປ​ໄດ້​ຫຼາຍ​ກວ່າ​ທີ່​ຈະ​ເຊື່ອ​ຖື​ໄດ້. ນັ້ນ​ເປັນ​ເພາະວ່າ​ມັນ​ກຳລັງ​ໃຊ້​ການ​ຮັບຮອງ​ຄວາມ​ຖືກຕ້ອງ​​ແບບ​ຂະຫຍາຍ (EV) ​ເຊິ່ງຈຳ​ເປັນ​ຕ້ອງ​ມີ​ຂະ​ບວນການກວດ​ສອບ​ຕົວ​ຕົວ​ທີ່​ເຄັ່ງ​ຄັດ​ກວ່າ.

Leave a Reply

Your email address will not be published. Required fields are marked *